ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວຕກ ເປີດກອງປະຊຸມຄົ້ນຄວ້າເອກະພາບຫຼັກສູດເຕັກນິກລົດຕັງ-ຍານເກາະ ລະດັບຊັ້ນກາງ


ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

    ກອງປະຊຸມຄົ້ນຄວ້າເອກະພາບຫຼັກສູດເຕັກນິກ ລົດຕັງ-ຍານເກາະ ລະດັບຊັ້ນກາງ ໄດ້ໄຂຂຶ້ນໃນ ວັນທີ 14 ສິງຫາ 2023 ນີ້, ທີ່ວິທະຍາ
ຄານເຕັກນິກລົດຕັງ-ຍານເກາະ (ວຕກ) ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຮອງຫົວໜ້າກົມໃຫຍ່
ເຕັກນິກກອງທັບ, ມີບັນດາສະຫາຍຕາງໜ້າກົມຍຸດໂທ, ກົມເຕັກນິກເຫຼົ່າລົບ, ກົມເສນາເຕັກນິກ, ຄະນະພັກ-ຄະນະອໍານວຍການ, ບັນດາ
ອະນຸກໍາມະການສ້າງເນື້ອໃນຫຼັກສູດ ຕະຫຼອດຮອດຄະນະວິຊາຄູທີ່ກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມໄດ້ຄົ້ນຄວ້າ, ປັບປຸງເນື້ອໃນຫຼັກສູດຂະແໜງເຕັກນິກ ລົດຕັງ-ຍານເກາະ ລະດັບຊັ້ນກາງຕາມມາດຕະຖານຂອງຫຼັກສູດແຫ່ງຊາດ,
ເພື່ອໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ແນໃສ່ກໍ່ສ້າງພະນັກງານ-ວິຊາການເຫຼົ່າຮົບລົດຕັງ-ຍານເກາະໃຫ້ເຂັ້ມແຂງ, ສາມາດຕອບສະ
ໜອງ ແລະ ຮັບປະປະກັນໃຫ້ແກ່ຄວາມຮຽກຮ້ອງຕ້ອງການໃນການປົກປັກຮັກສາເຂດນ້ຳແດນດິນ ແລະ ຊັບພະຍາກອນຂອງຊາດ, ເພື່ອຕອບສະ
ໜອງໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດນໍາອີກ.

     ເວົ້າລວມ, ເວົ້າສະເພາະແມ່ນແນໃສ່ກໍ່ສ້າງພະນັກງານ-ວິຊາການທີ່ມີຄຸນນະພາບໃນວຽກງານເຕັກນິກສ້ອມແປງ, ວຽກງານຄຸ້ມຄອງ, ບົວລະ
ບັດນຳໃຊ້ລົດຕັງ-ຍານເກາະ ແລະ ເພື່ອກະກຽມຄວາມພ້ອມຮອບດ້ານໃນການສິດສອນ, ສົ່ງຄວາມຮູ້ໃຫ້ແກ່ນາຍທະຫານລົດຕັງຍານເກາະໃຫ້ມີ
ຄຸນນະພາບສູງ ເຊິ່ງຫຼັກສູດດັ່ງກ່າວຈະໄດ້ເປີດການຮຽນ-ການສອນ ໃນສົກຮຽນ 2023-2024 ນີ້ເປັນຕົ້ນໄປ.

ແຫຼ່ງທີ່ມາ ເພັດນາລີ
ວັນທີ 15/08/2023